สาวลาว พาเที่ยว PHOU PHA MARN TRIP

 สาวลาว พาเที่ยว ภูผาม่าน PHOU PHA MARN TRIP


ທ່າແຂກມາແລ້ວວວວວ




สบายดีทุกคน ฉันชื่อ ปุริน เบบี้แคท หรือ Pourinbabycat เป็นคนลาวโด่ย บ้านอยู่แขวงสะหวันเขต ประเทศลาว เป็นคนลาว สาวลาวโดยกำเนิด ปุจะทุกคนเที่ยว ลาว ทุกแขวง หากมีโอกาส ปุมีช่อง Youtube สามารถติดตามได้นะคะ ขอบคุณขอบใจที่ติดตามค่ะ


กับเพื่อน 3 สหาย

⚠️⛰ແບກເປ້ທ່ຽວຄຳມ່ວນໜ້າຝົນ⛰⚠️
💹ການເດີນທາງຂອງຄົນໂຕນ້ອຍໆສອງຄົນ+1 👭🧍‍♂️
ປະ! ໄປກັລເລີ໊ຍຍຍຍຍ🏍🛵
🔜 ພວກເຮົາເລີ່ມຈາກຄິວລົດໂດຍສານສະຫວັນນະເຂດ-ທ່າແຂກ ຂຶ້ນລົດຕູ້ຮອບ 08:00 ໄປຮອດຄິວລົດຕະຫຼາດຫຼັກ3ເມືອງທ່າແຂກເວລາ 11:20 (ລົດຈອດຢູ່ເຊໂນປະມານຊົ່ວໂມງ) ຫຼັງຈາກນັ້ນພວກເຮົາກໍ່ຖາມຄົນໃນຕະຫຼາດວ່າຈະຫາເຊົ່າລົດໄດ້ແນວໃດ? ກໍ່ໄດ້ຄຳຕອບມາວ່າຮ້ານເຊົ່າລົດມີແຕ່ຢູ່ແຖວແຄມຂອງ! (ລະແຄມຂອງໄປທາງໃດລະບາດນິ😂) ເຮົາກໍ່ເລີຍຫາຈາກການຣີວິວຂອງຄົນອື່ນ ເລີຍໄດ້ເຫັນຮ້ານເຊົ່າລົດ ມີໄຊ ກໍ່ເລີຍໂທສອບຖາມ ແລະນັ່ງສາມລໍ້ໄປຫາຮ້ານເຊົ່າລົດ ພວກເຮົາໄປກັນ3ຄົນ ໄດ້ເຊົ່າລົດ2ຄັນ ເຈົ້າຂອງຮ້ານກໍ່ໃຈດີ ມີແຜນທີ່ໃຫ້,ມີໝວກກັນນ໋ອກ,ມີເຊືອກມັດກະເປົ໋າ,ມີເສື້ອກັນຝົນໃຫ້ຢືມຟຣີ (ແຕ່ເຮົາຖືເສື້ອກັນຝົນໄປເອງ🤣ແງ) ໃນການເຊົ່າລົດແມ່ນໃຊ້ບັດປະຈຳຕົວ1ບັດຕໍ່1ຄັນນະຈ໊ະ ໄດ້ລົດແລ້ວໄປ໊ແວ້ນກັນເລີຍຍຍຍຍຍ🛵🏍





Day1 ເຮົາເລີ່ມຈາກເລາະຫາທີ່ພັກກ່ອນເພື່ອຈະເກັບມ້ຽນກະເປົ໋າເປ້ ກະຂີ່ເລາະຫາຖາມທີ່ພັກໃນເສັ້ນແຄມຂອງສຸດທ້າຍໄດ້ທີ່ພັກທີ່ຢູ່ຕໍ່ໜ້າກັບຮ້ານເຊົ່າລົດ555 (ເຮືອນພັກສຸດທິດາຢູ່ຕໍ່ໜ້າກັບຮ້ານເຊົ່າລົດແລະຄາເຟ້ສຸກໃຈ) ຫຼັງຈາກເຊັກອິນແລ້ວກໍ່ພາກັນໄປແວ້ນຫາທ່ຽວລະບາດນິ😂ໄປຈ້າາາາາາາາ
💹ໄປທີ່ທີ່ໃກ້ກ່ອນລະກັນ ໄປ໊ ນັ້ນກະຄື: ຖໍ້າພຣະ ຂີ່ລົດອອກມານອກເມືອງປະມານ7-8ຫຼັກ ໄປຮອດກໍ່ນັ່ງພັກ🤪 ເພາະວ່າເມື່ອຍແລະກໍ່ກິນເຂົ້າກ່ອນ (ເຂົ້າກະຖືມາແຕ່ສະຫວັນພຸ້ນໃດ🤭) ຂຶ້ນໄປກາບໄຫວ້ພຣະແລ້ວກໍ່ແວ້ນຕໍ່ໄປທ່າຝຣັ່ງຈ້າາາາາາໄປ໊ໄປ໊ໄປ໊ ໄປຮອດ ທ່າຝຣັ່ງປິດ🚫 (ເພງລອຍມາເລີຍຈ້າາາສັນມາທຳອະໄຣທີ່ນີ້🎶😒) ກັບເຂົ້າມາໃນເມືອງແລະອອກໄປວັດສີໂຄດຕໍ່ເລີຍຈ້າາາາາໄປຮອດປະມານ17:00ໂມງ ກາບໄຫວ້ ແລະກະຖ່າຍຮູບ ຝົນກໍ່ຄ່ອຍໆມາ ພວກເຮົາກໍ່ກັບໄປທີ່ພັກແລະກໍ່ສົ່ງລົດເພິ່ນ ແລະກໍ່ຈອງລົດນຳເພິ່ນໄວ້ວ່າມື້ອື່ນຈະອອກ06:00ເພິ່ນກໍ່ຕົກລົງ. ຫຼັງຈາກນັ້ນຝົນກໍ່ຢຸດຕົກພວກເຮົາກໍ່ຍ່າງເລາະຫຼິ້ນໄປຫາກິນເຂົ້າທີ່ເຊັນເຕີ້ພ້ອຍ (ຢູ່ໃກ້ກັນ) ແລະກໍ່ກັບມາພັກຜ່ອນ











🚫ຄ່າໃຊ້ຈ່າຍທັງໝົດ🚫
ຄ່າລົດຕູ້ ສະຫວັນ-ທ່າແຂກ=30.000ກີບ/ຄົນ🚐
ຄ່າສາມລໍ້ໄປຮ້ານເຊົ່າລົດ=10.000ກີບ/ຄົນ🛺
ຄ່າເຊົ່າລົດຈັກເວັບ=70.000ກີບ/ຄັນ/ມື້ (2ຄັນຫານ3ຄົນ)🏍
ຄ່າທີ່ພັກຄືນທີ1=100.000ກີບ/3ຄົນ🏨
ຄ່າຊື້ຂອງກິນ=40.000ກີບ/3ຄົນ🍗🍢🥩🍳
ຄ່າຫຼິ້ນສະລິງພູຜາມ່ານ=285.000ກີບ/ຄົນ🧗
ຄ່າທີ່ພັກທີ່ບ້ານກອງລໍ=80.000ກີບ/3ຄົນ🏡
ຄ່າເຂົ້າຖໍ້າກອງລໍ=65.000ກີບ/ຄົນ ຄ່າຝາກລົດ=5000ກີບ/ຄັນ🚣🏼‍♂️🏍🛵
ຄ່າເຝີທີ່ບ້ານກອງລໍ=10.000ກີບ/ຖ້ວຍ🍜
ຄ່າທີ່ພັກທີ່ເດີມ=120.000ກີບ/3ຄົນ🏨
ຄ່າສາມລໍ້ຂາກັບໄປຄິວ=15.000ກີບ/ຄົນ🛺
ຄ່າເຂົ້າປຽກທີ່ຄິວລົດຂາກັບ=15.000ກີບ/ຖ້ວຍ🍜
ຄ່າກິນອື່ນໆທີ່ເຊັນເຕີ້ພ້ອຍ2ມື້=50.000ກີບ/ຄົນ🥤🍡🍛
ຄ່ານໍ້າມັນລົດທັງທຣິບ=80.000ກີບ/ຄັນ🩸
ຄວາມໄວໃນການຂັບລົດໄປພູຜາມ່ານ=70Km/h 🏇🏻

กับเพื่อน 3 สหาย

สบายดีทุกคน ฉันชื่อ ปุริน เบบี้แคท หรือ Pourinbabycat เป็นคนลาวโด่ย บ้านอยู่แขวงสะหวันเขต ประเทศลาว เป็นคนลาว สาวลาวโดยกำเนิด ปุจะทุกคนเที่ยว ลาว ทุกแขวง หากมีโอกาส ปุมีช่อง Youtube สามารถติดตามได้นะคะ ขอบคุณขอบใจที่ติดตามค่ะ


Day2 ພາກັນຕື່ນແຕ່ຫ້າໂມງເຊົ້າເພາະວ່ານັດກັນໄວ້6ໂມງລໍ້ໝູນໃຜຊ້າຈະຖືກໄໝ😂 ປະ!! ເຊັກເອົ໊າ ໄປເອົາລົດທີ່ຈອງໄວ້ ພວກເຮົາເລາະຫາປໍ້າເພື່ອຈະໃສ່ນໍ້າມັນແລະຫາຊື້ແນວກິນ (ຫຼົງທາງ555ເລາະໄປເກືອບຊົ່ວໂມງ) 7ໂມງເປີດແມັບໄປພູຜາມ່ານກັນເລີຍ ຊ້າແລ້ວ!! ໃນລະຫວ່າງທາງກໍ່ຈະມີຝົນຕົກ-ຢຸດຕົກ-ຝົນຕົກຕະຫຼອດທາງ💦☔️ ຂັບລົດໄປໄດ້ຊົ່ວໂມງກວ່າພວກເຮົາກໍ່ແວະຈອດພັກກິນເຂົ້າໃຊ້ເວລາປະມານ20ນາທີກໍ່ອອກລົດຍິງຍາວໄປເລີຍຈ້າາາາ ແລະໃນທີ່ສຸດກໍ່ມາຮອດພູຜາມ່ານເວລາ13:00 ໄປຮອດຝົນກໍ່ຕົກກໍ່ເລີຍນັ່ງພັກຜ່ອນແລະຖ້າໃຫ້ຝົນຢຸດຕົກກ່ອນ ແລະແລ້ວໂຊກກໍ່ເຂົ້າຂ້າງເຮົາ😬ຫຼັງຈາກທີ່ມືດຄຶ້ມກໍ່ມີແດດສ່ອງອອກມາ👍 🤣 ປຸຕັ້ງໃຈແຕ່ແລກແລ້ວວ່າຈະໄປໂຫນສະລິງນັ້ນ ອາລຸນບອກວ່າເອີ້ ສິຫຼິ້ນເປັນໝູ່ປຸ ນາງ-ຕັ້ງອົກຕັ້ງໃຈແລ້ວວ່າສິບໍ່ຫຼິ້ນ ໄປຮອດພໍແຕ່ອາລຸນເຫັນຄົນອື່ນຫຼິ້ນ ຫັນໜ້າມາບອກ ປຸ! ກູບໍ່ຫຼິ້ນລະເດີ😂 ໃນຂະນະທີ່ລໍຝົນຢຸດຕົກນັ້ນກໍ່ຖາມໝູ່ທັງສອງຄົນອີກວ່າ ສິບໍ່ຫຼິ້ນບໍ່ ຂັບລົດມາຕັ້ງໄກໃດ ຈັກມື້ໃດສິມາອີກ ຫຼິ້ນບໍໆ 555(ເກ້ຍກ່ອມ) ສອງຄົນເພິ່ນກະເລີຍຕັດສິນໃຈຫຼິ້ນນຳກັນ ໄປຈ້າາາ👭🧍‍♂️ ລົງທະບຽນລົງລາຍເຊັນແລ້ວກໍ່ໄປໂຫນສະລິງກັນເລີຍ!! ເສັ້ນແລກຈະຢ້ານໆ ເສັ້ນສອງ ເລິ່ມລະ ເສັ້ນສາມ ມາເລີຍຊິວໆ 😂 ອ້າຍສະຕາຟກໍ່ໃຈດີຄອຍເບິ່ງຄວາມປອດໄພໃຫ້ຕະຫຼອດແລະຍັງເປັນຕາກ້ອງຖ່າຍຮູບໃຫ້ ຫາມຸມໃຫ້ອີກ👍 (ໄປຄົນດຽວກະບໍ່ຕ້ອງຢ້ານວ່າຈະບໍ່ມີຮູບ)



. ຫຼັງຈາກຫຼິ້ນແລ້ວກໍ່ອອກລົດໄປຕໍ່ທີ່ຖໍ້າກອງລໍ ເຮົາໄປຮອດເວລາ16:20 ຖໍ້າປິດກ່ອນ⚠️ ເຮົາກໍ່ຫາທີ່ພັກເຊັກອິນເກັບແຮງໄວ້ໄປລຸຍຕໍ່ມື້ຖັດໄປ ໝູ່ບ້ານກອງລໍມີທີ່ພັກຫຼາຍ ລາຄາບໍ່ແພງ ມາທີ່ນີ້ບໍ່ຕ້ອງຢ້ານວ່າຈະບໍ່ມີທີ່ພັກນະຈ໊ະ ພວກເຮົາຕັດສິນໃຈລ້ຽວລົດເຂົ້າໄປທີ່ບ້ານພັກທອງດຳເກສເຮົ້າສ໌ ຕອນແລກບໍ່ມີໃຜຢູ່ເລີຍ😂 ພວກເຮົາຮ້ອງຖາມກະມິດ! ບີບແກລົດໃສ່🔊ກໍ່ມີປ້າເຈົ້າຂອງທີ່ພັກຖືກະແຈມາແບບບໍ່ຕ້ອງຖາມຫຍັງຫຼາຍເລີຍນະ😆 ຍ່າງດົ່ງໆໄປເປີດຫ້ອງເລີຍ👍 ເຮົາໄດ້ຖາມວ່າຈ່າຍຄ່າຫ້ອງຕອນນີ້ເລີຍບໍ່ຫຼືຕອນອອກ😬ເພິ່ນຕອບມາວ່າ: ຕອນໃດກະໄດ້👍(ຄັກເບາະ😆)

. ພວກເຮົາກໍ່ກິນເຂົ້າທີ່ຊື້ມາເມື່ອຕອນເຊົ້ານະແລະ ກິນໄດ້ສອງຄາບ🤣 ບໍ່ເຫັນຮ້ານຂາຍແນວກິນໃນໝູ່ບ້ານ😥



Day3 ຕື່ນມາເກັບກະເປົ໋າຮຽບຮ້ອຍ ອອກໄປຖໍ້າແຕ່⚠️ແວ່ກິນເຝີທີ່ທາງໄປຖໍ້າກ່ອນຈ້ະ🤪ຫຼັງຈາກນັ້ນກໍ່ໄປຊື້ປີ້ເຂົ້າຖໍ້າກັນເລີຍຍຍຍ ໃຊ້ເວລາ3ຊົ່ວໂມງ ອອກມາຈາກຖໍ້າກໍ່ເຈີກັບຝົນກຳລັງຕົກລົງມາ ແງໆ ເນື່ອງຈາກວ່າທີ່ພັກເຮົາໃກ້ກັບຖໍ້າ ພໍແຕ່ອອກມາກໍ່ຟ້າວກັບທີ່ພັກແບກເປ້ທີ່ຕຽມໄວ້ນັ້ນອອກລົດກັບກັນເລີຍຈ້າາາາ (ຫາເຈົ້າຂອງທີ່ພັກບໍ່ເຫັນພວກເຮົາພັບທີ່ນອນແລະຫ້ອຍກະແຈປະໄວ້😬) ເຊັ່ນເຄີຍ😪 ລະຫວ່າງທາງກໍ່ຈະເຈີກັບຝົນ-ຢຸດ-ຕົກ-ຢຸດ-ຕົກຕະຫຼອດທາງຈົນຮອດທ່າແຂກ😂
. ຮອດທ່າແຂກເວລາ17:00 ພວກເຮົາກໍ່ໄປຖາມຄິວລົດວ່າມີລົດກັບສະຫວັນບໍ? ກໍ່ໄດ້ຄຳຕອບວ່າ ມີ ແຕ່ລົດບໍ່ເຂົ້າສະຫວັນ (ແວ່ແຕ່ເຊໂນ) ພວກເຮົາກໍ່ເລີຍກັບມາສົ່ງລົດແລະກໍ່ພັກທີ່ພັກເດີມມື້ອື່ນເຊົ້າກໍ່ຕື່ນລຸກຂຶ້ນມາຍ່າງເລາະຖ່າຍຮູບແລ້ວກໍ່ກັບເຂົ້າໄປນອນ 11:00ເຊັກເອົ້າ ນັ່ງສາມລໍ້ໄປຄິວລົດກັບບ້ານຢ່າງປອດໄພ😁😄😃👭🧍‍♂️


























Camera 📸 📱 iP7+ (all)
ເບິ່ງວີດີໂອທີຄົມຊັດທີ່👉🏻 https://www.youtube.com/channel/UCzgiCimoHLC0z-Oq1pJslfA ແຕ່ຍັງບໍ່ໄດ້ຕັດຕໍ່ກົດຊັບສະໄຄ້ໄວ້ກ່ອນ ຂອບໃຈຫຼາຍໆ




ธรรมชาติที่สวยงาม บรรยากาศ อากาศดีเป็นเลิศ น่านอนที่สุด

โปรดติดตาม Full trip เต็มๆ ได้เร็วๆนี้ค่ะ ขอบคุณค่ะ






ความคิดเห็น